ທ່ານກຳລັງຢູ່ທີ່: ຂ່າວສານ
ວຽກງານກອງປະຊຸມ

^ກັບໄປ ເທີງສຸດ
ວັນທີ25 ຕຸລາ 2019 ນີ້ ຢູ່ທີ່ໂຮງໝໍ ແຂວງຫລວງນ້ຳທາໄດ້ເປີດພິທີບໍລິການປີ່ນປົວຜ່າຕັດຜ່ານທໍ່ ເຂົ້າຮ່ວມໂດຍ ທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຫລວງນ້ຳທາ, ທ່ານ ດຣ ຄຳຈັນ ອິນທອງໄຊ ກຳມະການພັກແຂວງ ຫົວຫນ້າພະແນກສາທາລະນະສຸກແຂວງ, ທ່ານ ອາຈານ ພວງເພັດ ຂຸນສຳລານ ຮອງຫົວຫນ້າພະແນກຜ່າຕັດຜົ້ງທ້ອງທົ່ວໄປ ພ້ອມດ້ວຍທີມງານ, ອຳນວຍການໂຮງໝໍ ແຂວງບໍ່ແກ້ວ, ອຳນວຍການໂຮງໝໍເມືອງ 5 ເມືອງ, ໂຮງໝໍທະຫານແຂວງ, ໂຮງໝໍ ປກສ , ແຂກຖືກເຊີນ ແລະ ພະນັກງານແພດໝໍພາຍໃນໂຮງໝໍເຂົ້າຮ່ວມ.
ວັນທີ 20 ກັນຍາ 2019 ນີ້, 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກແຂວງເປີດກອງປະຊຸມໃຫຍ່ຄັ້ງທີ III ຂື້ນຢູ່ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງສະຫາຍ ດຣ ຄໍາຈັນ ອີນທອງໄຊ ກຳມະການພັກແຂວງ,ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ມີເລຂາ-ຮອງເລຂາພັກ 3 ໜ່ວຍພັກ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມ,ເລຂາຄະນະພັກຮາກຖານອ້ອມຂ້າງພະແນກ ຕະຫຼອດຮອດສະມາຊິກພັກສົມບຸນທັງ 3 ໜ່ວຍຄື: ໜ່ວຍພັກບໍລິຫານ,ໜ່ວຍພັກວີຊາການ,ໜ່ວຍພັກໂຮງໝໍແຂວງ ເຂົ້າຮ່ວມທັງໝົດ 79 ສະຫາຍ,ຍີງ 49 ສະຫາຍ.
ວັນທີ 2 ສີງຫາ 2019ນີ້ ຢູ່ພະແນກສາທາລະນະສຸກແຂວງຫຼວງນ້ຳທາໄດ້ຈັດກອງປະຊູມສະຫຼຸບກິດຈະກຳ 6ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນ ທ້າຍປີການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມມືປັບປຸງດ້ານໂພຊະນາການແຂວງຫຼວງນ້ຳທາ,ໂດຍການເປັນປະທານຂອງທ່ານ ດຣ ແກ້ວ ອີນທະວົງ ຮອງຫົວໜ້າພະແນກສາທາລະນະສຸກ,ມີຮອງເຈົ້າເມືອງ3ເມືອງ,ຮອງຫົວໜ້າພະແນກການ,ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ,ຜູ້ປະສານງານໂຄງການ ແລະ ພາກສວນທີກຽ່ວຂ້ອງເຂົ້າຮ່ວມ.