You are here: Sector
Organizaed Section

^ກັບໄປ ເທີງສຸດ
- ເປັນຜູ້ຊ່ວຍຫົວໜ້າພະແນກສາທາລະນະສຸກແຂວງທາງດ້ານວິຊາການໃນການຄົ້ນຄວ້າ ສະເໜີກ່ຽວກັບວຽກງານຈັດຕັ້ງພະນັກງານ, ການບໍລິຫານບຸກຄະລາກອນສາທາລະນະສຸກໃນທົ່ວແຂວງ.
- ຄົ້ນຄວ້າລົງເລີກການພັດທະນະລະບົບການຈັດຕັ້ງສາທາລະນະສຸກ ແລະ ວຽກງານກໍ່ສ້າງພັກ - ພະນັກງານໃນທົ່ວແຂວງ.
1. ໜ້າທີ່ ແລະ ຄວມຮັບຜິດຊອບສະເພາະ.
- ຄົ້ນຄວ້າສະຫຼຸບສັງລວມ ແລະ ສ້າງແຜນການກ່ຽວກັບວຽກງານ ແລະ ຄຸ້ມຄອງຊິວະປະຫວັດ, ຂໍ້ມູນຂອງສະມາຊິກພັກໃນທົ່ວ ພະແນກສາທາລະນະສຸກແຂວງ.
- ຄົ້ນຄວ້າຮ່າງຂໍ້ຕົກລົງ, ລະບຽບການຕ່າງໆກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ບັນດາການຈັດຕັ້ງຂັ້ນຕ່າງໆທີ່ຂື້ນກັບ ພະແນກສາທາລະນະສຸກແຂວງ.
- ຄົ້ນຄວ້າລະບຽບການຈັ້ດຕັ້ງສາທາລະນະສຸກແຂວງ, ການກໍານົດຕໍາແໜ່ງງານ, ການຈັດຫາ, ຄັດເລືອກ, ສອບເສັງ, ບັນຈຸ-ຊັບຊ້ອນ ລັດຖະກອນ, ການກໍ່ສ້າງຍົກລະດັບ, ການຍົກຍ້າຍ ແລະ ການສະເໜີແຕ່ງຕັ້ງພະນັກງານຮັບຕໍາແໜ່ງບໍລິຫານປະເພດຕ່າງໆຕາມລະບຽບ ການທີ່ກໍານົດ.
- ຄົ້ນຄວ້າສ້າງໂຄງຮ່າງການຈັດຕັ້ງ, ໂຄງປະກອບບຸກຄະລາກອນສາທາລະນະສຸກ ແລະ ຕິດຕາມ ການຈັດຕັ້ງ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງການຈັດຕັ້ງແຕ່ລະຂັ້ນທີ່ພະແນກຄຸ້ມຄອງ.
- ຄົ້ນຄວ້າສັງລວມ ແລະ ສະເໜີແຜນການບໍາລຸງ-ກໍ່ສ້າງພະນັກງານໄລຍະສັ້ນ, ກາງ, ຍາວ ຢູ່ພາຍໃນ ແລະ ຕ່າງປະເທດ.
- ຄົ້ນຄວ້າມາດຖານເງື່ອນໄຂກ່ຽວກັບການພັດທະນາພະນັກງານສາທາລະນະສຸກໃນທົ່ວແຂວງ ແລະ ຊີ້ນໍາການອົບຮົມທາງດ້ານວິຊາການ.
- ຊີ້ນໍາການຄຸ້ມຄອງຊີວະປະຫວັດ, ຖານຂໍ້ມູນ, ບັນດາເອກະສານທັງໝົດຂອງພະນັກງານ ລັດຖະກອນສາທາລະນະສຸກທີ່ຂື້ນກັບການຄຸ້ມຄອງ ໂດຍກົງ ຂອງພະແນກສາທາລະນະສຸກແຂວງ.
- ຊີ້ນໍາຄົ້ນຄວ້າລະບຽບການຕ່າງໆເພືອເປັນເຄື່ອງມືໃນການຄຸ້ມຄອງ ແລະ ການນໍາໃຊ້ພະນັກງານ ລັດຖະກອນສາທາລະນະສຸກຂອງພະແນກ ສາທາລະນະສຸກແຂວງ ແລະ ຈັດຕັ້ງພິທີການເຜີຍແຜ່ ເອກະສານຕ່າງໆທີ່ທາງຂັ້ນເທີງສົ່ງໃຫ້ ຫຼື ຂອງກົມກອງຕາມການມອບໝາຍ.
- ຊີ້ນໍາການຊຸກຍູ້,, ຕິດຕາມ ແລະ ະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ພະນັກງານລັດຖະກອນ. ສະເໜີເລື່ອນຂື້ນ ເປັນລັດຖະກອນສົມບູນ ແລະ ການເລື່ອນຊັ້ນ, ຂັ້ນເງີນເດືອນປົກກະຕິຕາມລະບຽບກົດໝາຍຕ່າງໆຂອງພະນັກງານລັດຖະກອນ.
- ຊີ້ນໍາການຄົ້ນຄວ້າສັງລວມ, ການກວດກາ, ການຕີລາຄາຈັດແບ່ງປະເພດ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ຕໍ່ພະນັກງານລັດຖະກອນສາທາລະນະສຸກ.
- ສະຫຼຸບສັງລວມ, ສ້າງແຜນການ, ຕີລາຄາປະເມີນຜົນ ແລະ ລາຍງານປະຈໍາອາທິດ, ເດືອນ, ງວດ, ປະຈໍາປີກ່ຽວກັບວຽກງານ ທີ່ຕົນຮັບຜິດຊອບ
2. ຄວາມຮັບຜິດຊອບອື່ນໆ.
- ຮັບຜິດຊອບຕາມການມອບໝາຍຂອງຂັ້ນເທີງ.
- ຮັບຜິດຊອບຕໍ່ຜົນສໍາເລັດ ແລະ ຄວາມຂາດຕົກບົກຜ່ອງຕ່າງໆຕາມການມອບໝາຍຂອງການຈັດຕັ້ງ.
3. ການພົວພັນ.
ພົວພັນປະສານງານກັບບຸກຄົນ, ບັນດາຂະແໜງການອ້ອມຂ້າງພະແນກ, ພາກສ່ວນທີ່ກ່ຽວຂ້ອງ ຂັ້ນເທີງຕາມສາຍງານການຈັດຕັ້ງຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ.
4. ຂອບເຂດສິດ.
- ເຮັດວຽກພາຍໃຕ້ການມອບໝາຍຂອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃນການບໍລິຫານວຽກງານປະຈໍາວັນ.
- ມີສິດສະເໜີບັນຫາຕ່າງໆ, ປະກອບຄໍາເຫັນ ພ້ອມວິທີການແກ້ໄຂທີ່ພົວພັນກັບວຽກງານອົງການຈັດຕັ້ງ, ພາລະບົດບາດ, ການກໍານົດຕໍາແໜ່ງງານ, ການຄຸ້ມຄອງພະນັກງານ, ພາຍໃນພະແນກຂອງຕົນພາຍໃຕ້ການຊີ້ນໍາຂອງຄະນະນໍາພະແນກ